Terms & Conditions · eService — ລະບົບ ບໍລິການ ທັນສະໄໝ
ອັບເດດ 16 ມິຖຸນາ 2026ການເຂົ້າເຖິງ ແລະ ນຳໃຊ້ລະບົບ eService — ລະບົບ ບໍລິການ ທັນສະໄໝ (eService) ໝາຍຄວາມວ່າ ທ່ານໄດ້ອ່ານ, ເຂົ້າໃຈ ແລະ ຍອມຮັບ ຂໍ້ກຳນົດ ແລະ ເງື່ອນໄຂເຫຼົ່ານີ້ທັງໝົດ. ຫາກທ່ານບໍ່ເຫັນດີ ກະລຸນາຢຸດການນຳໃຊ້ລະບົບ.
• ການສະໝັກສະມາຊິກ ຕ້ອງໃຫ້ຂໍ້ມູນທີ່ຖືກຕ້ອງ, ຄົບຖ້ວນ ແລະ ເປັນຄວາມຈິງ.
• ການເປັນສະມາຊິກ ຈະມີຜົນ ເມື່ອໄດ້ຮັບການກວດສອບ ແລະ ອະນຸມັດ ຈາກ ຊາວໜຸ່ມປະຊາຊົນ ປະຕິຫວັດລາວ.
• ຊາວໜຸ່ມປະຊາຊົນ ປະຕິຫວັດລາວ ມີສິດປະຕິເສດ ຫຼື ຍົກເລີກ ການສະໝັກ ທີ່ໃຫ້ຂໍ້ມູນບໍ່ຖືກຕ້ອງ ຫຼື ບໍ່ຄົບເງື່ອນໄຂ.
• ສະມາຊິກຕ້ອງປະຕິບັດຕາມ ກົດລະບຽບ ແລະ ນິຕິກຳ ຂອງຊາວໜຸ່ມປະຊາຊົນ ປະຕິຫວັດລາວ ແລະ ກົດໝາຍ ສ.ປ.ປ. ລາວ.
• ຮັກສາ ຄວາມລັບ ຂອງ ຊື່ຜູ້ໃຊ້ ແລະ ລະຫັດຜ່ານ ຂອງຕົນ.
• ບໍ່ນຳໃຊ້ບັນຊີ ຂອງຜູ້ອື່ນ ໂດຍບໍ່ໄດ້ຮັບອະນຸຍາດ.
• ອັບເດດຂໍ້ມູນ ໃຫ້ເປັນປັດຈຸບັນ ເມື່ອມີການປ່ຽນແປງ.
• ຮັບຜິດຊອບ ຕໍ່ກິດຈະກຳທັງໝົດ ທີ່ເກີດຂຶ້ນຜ່ານ ບັນຊີຂອງຕົນ.
ຫ້າມນຳໃຊ້ລະບົບ ເພື່ອ:
• ການກະທຳ ທີ່ຜິດກົດໝາຍ, ສໍ້ໂກງ ຫຼື ສ້າງຄວາມເສຍຫາຍ.
• ເຜີຍແຜ່ ເນື້ອຫາ ທີ່ບໍ່ເໝາະສົມ, ໝິ່ນປະໝາດ ຫຼື ລະເມີດສິດຂອງຜູ້ອື່ນ.
• ພະຍາຍາມ ເຈາະລະບົບ, ລົບກວນ ຫຼື ເຂົ້າເຖິງຂໍ້ມູນ ໂດຍບໍ່ໄດ້ຮັບອະນຸຍາດ.
• ສົ່ງ spam, ໄວຣັສ ຫຼື ໂປຣແກຣມທີ່ເປັນອັນຕະລາຍ.
ຂ່າວສານ, ຂໍ້ມູນແຫຼ່ງທຶນ ແລະ ເນື້ອຫາ ບາງສ່ວນ ອາດດຶງມາຈາກແຫຼ່ງພາຍນອກ ເພື່ອເປັນຂໍ້ມູນອ້າງອີງ. ຊາວໜຸ່ມປະຊາຊົນ ປະຕິຫວັດລາວ ພະຍາຍາມຮັກສາ ຄວາມຖືກຕ້ອງ ແຕ່ບໍ່ຮັບປະກັນ ຄວາມສົມບູນ ຫຼື ຄວາມເປັນປັດຈຸບັນ ຂອງຂໍ້ມູນ. ກະລຸນາ ກວດສອບ ກັບແຫຼ່ງຕົ້ນທາງ ກ່ອນຕັດສິນໃຈ.
ໂລໂກ, ຊື່, ການອອກແບບ ແລະ ເນື້ອຫາ ຂອງລະບົບ ເປັນຊັບສິນ ຂອງ ຊາວໜຸ່ມປະຊາຊົນ ປະຕິຫວັດລາວ. ຫ້າມ ສຳເນົາ, ດັດແປງ ຫຼື ນຳໃຊ້ ເພື່ອການຄ້າ ໂດຍບໍ່ໄດ້ຮັບອະນຸຍາດ ເປັນລາຍລັກອັກສອນ.
ຊາວໜຸ່ມປະຊາຊົນ ປະຕິຫວັດລາວ ມີສິດ ລະງັບ ຫຼື ຍົກເລີກ ບັນຊີ ທີ່ລະເມີດ ຂໍ້ກຳນົດເຫຼົ່ານີ້, ໂດຍບໍ່ຈຳເປັນ ຕ້ອງແຈ້ງລ່ວງໜ້າ ໃນກໍລະນີ ທີ່ມີຄວາມຈຳເປັນ.
ລະບົບ ໃຫ້ບໍລິການ "ຕາມສະພາບ" (as-is). ຊາວໜຸ່ມປະຊາຊົນ ປະຕິຫວັດລາວ ບໍ່ຮັບຜິດຊອບ ຕໍ່ຄວາມເສຍຫາຍ ທາງກົງ ຫຼື ທາງອ້ອມ ທີ່ເກີດຈາກ ການນຳໃຊ້ ຫຼື ບໍ່ສາມາດນຳໃຊ້ ລະບົບໄດ້.
ຊາວໜຸ່ມປະຊາຊົນ ປະຕິຫວັດລາວ ອາດປັບປຸງ ຂໍ້ກຳນົດເຫຼົ່ານີ້ ເປັນແຕ່ລະໄລຍະ. ການນຳໃຊ້ ຕໍ່ໄປ ຫຼັງຈາກ ມີການປ່ຽນແປງ ໝາຍຄວາມວ່າ ທ່ານຍອມຮັບ ຂໍ້ກຳນົດໃໝ່.
ຂໍ້ກຳນົດເຫຼົ່ານີ້ ຢູ່ພາຍໃຕ້ ກົດໝາຍ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຂໍ້ກຳນົດ, ສິດ ແລະ ໜ້າທີ່ ຂອງສະມາຊິກ ອີງຕາມ ນິຕິກຳ ແລະ ເອກະສານ ດັ່ງລຸ່ມນີ້:
• ກົດໝາຍວ່າດ້ວຍຊາວໜຸ່ມລາວ (ສະບັບປີ 2020).
• ກົດລະບຽບ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ສະໄໝທີ VIII.
• ຂໍ້ຕົກລົງ ສະບັບເລກທີ 024/ກຕສ ວ່າດ້ວຍ ການແຕ່ງຕັ້ງ ແລະ ໂຄງຮ່າງການຈັດຕັ້ງ ຄະນະຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ.
• ກົດໝາຍ ແລະ ນິຕິກຳ ອື່ນໆ ທີ່ກ່ຽວຂ້ອງ ຂອງ ສ.ປ.ປ. ລາວ.